ວິໄສທັດຂອງປະທານ
ເພື່ອກ້າວສູ່ການເປັນກຸ່ມບໍລິສັດຊັ້ນນໍາທາງດ້ານການຄ້າ ແລະ ການລົງທຶນ ຂອງປະເທດ ພວກເຮົາຈຶ່ງ ເອົາໃຈໃສ່ໃນການພັດທະນາລະບົບການບໍລິຫານອົງກອນ-ບຸກຄະລາກອນໃຫ້ມີຄວາມຮູ້ຄວາມສາມາດ, ພ້ອມທັງເພີ່ມທະວີດ້ານການຮ່ວມມືພັດທະນາໂຄງການຕ່າງໆ ທີ່ຢູ່ໃນ ສປປ ລາວ ຮ່ວມກັບພາກລັດ ແລະ ພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເກີດປະສິດທິຜົນສູງສຸດ ເພື່ອເປັນການປະກອບສ່ວນໃນ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດ ໂດຍມີຄຳຂວັນທີ່ວ່າ :
"ລາວໃຕ້ ຍິ່ງໃຫຍ່ ກ້າວໄປພ້ອມກັນ"


28,9 M USD
ຊັບສິນລວມປະຈຸບັນ

11,2 M USD
ກໍາໄລສຸດທິ

80 ຄົນຂຶ້ນໄປ
ບຸກຄະລະກອນ
ປະຫວັດຄວາມເປັນມາ
ກຸ່ມບໍລິສັດ ລາວໃຕ້ ການຄ້າ ແລະ ການລົງທຶນ ຈໍາກັດ (ຊື່ຫຍໍ້: ກລຕ)
ສໍານັກງານຕັ້ງຢູ່ບ້ານ ໂພນໄຊ, ເມືອງໄຊຍະເສດຖາ, ນະຄອນຫຼວງວຽງຈັນ. ສ້າງຕັ້ງຂຶ້ນໃນວັນທີ 15 ມັງກອນ 2010. ເລີ່ມຕົ້ນເປັນບໍລິສັດຮັບເໝົາກໍ່ສ້າງຂົວທາງ, ຕຶກອາຄານ ແລະ ຊົນລະປະທານ ຈໍາກັດຜູ້ດດຽວ. ນັບແຕ່ປີ 2020 ເປັນຕົ້ນມາ ບໍລິສັດ ລາວໃຕ້ ຮັບເໝົາກໍ່ສ້າງຂົວທາງ, ຕຶກອາຄານ ແລະ ຊົນລະປະທານ ຈໍາກັດຜູ້ດຽວ ໄດ້ຫັນເປັນ ກຸ່ມ ບໍລິສັດ ລາວໃຕ້ ການຄ້າ ແລະ ການລົງທຶນ ຈໍາກັດ ເຊິ່ງໃນປະຈຸບັນປະກອບມີ 05 ບໍລິສັດລູກໃນເຄືອກຸ່ມບໍລິສັດ ລາວໃຕ້ ທີ່ດໍາເນີນທຸລະກິດທາງດ້ານກໍ່ສ້າງຂົວທາງ, ຕຶກອາຄານ ແລະ ຊົນລະປະທານ; ຈັດຊື້ວັດສະດຸ-ອຸປະກອນສໍາລັບອຸດສາຫະກໍາໜັກ-ເບົາ; ສະໜອງເຄື່ອງນຸ່ງຊົນເຜົ່າກືມມຸ, ບໍລິການປ່ອຍເຊົ່າລົດຫຼູ ແລະ ໃຫ້ຄໍາປຶກສາທາງດ້ານການຄ້າ ແລະ ການລົງທຶນ ເປັນຕົ້ນ.
ກຸ່ມບໍລິສັດ ລາວໃຕ້ ການຄ້າ ແລະ ການລົງທຶນ ຈໍາກັດ, ເອົາໃຈໃສ່ລົງທຶນໂຄງການພັດທະນາລະບົບພື້ນຖານໂຄງລ່າງໃນ ສປປ ລາວ ຕາມແຜນພັດທະນາເສດຖະກິດ-ສັງຄົມ ທີ່ເປັນເປົ້າໝາຍຕົ້ນຕໍຂອງລັດຖະບານລາວຄຽງຄູ່ກັບ ເປົ້າໝາຍການພັດທະນາແບບຍືນຍົງ ຂອງສະຫະປະຊາຊາດ (SDGs) ເພື່ອອໍານວຍຄວາມສະດວກໃຫ້ແກ່ອຸດສາຫະກໍາ, ວິສາຫະກິດ ແລະ ສັງຄົມ.
ກຸ່ມບໍລິສັດ ລາວໃຕ້ ການຄ້າ ແລະ ການລົງທຶນ ຈໍາກັດ, ມີໂຄງການລົງທຶນໃນຮູບແບບດ່ຽວ ແລະ ຮູບແບບຮ່ວມລົງທຶນກັບພາກລັດ, ພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ
ກຸ່ມບໍລິສັດ ລາວໃຕ້ ການຄ້າ ແລະ ການລົງທຶນ ຈໍາກັດ
ເປັນບໍລິສັດຊັ້ນນຳທາງດ້ານຮັບເໝົາກໍ່ສ້າງຂົວທາງ, ຕຶກອາຄານ ແລະ ເຄຫາສະຖານ, ມີປະສົບການຫຼາຍກວ່າ 10 ປີ, ມີພະນັກງານວິຊາການທີ່ມີຄວາມຊຽວຊານສະເພາະດ້ານ ເຊັ່ນ: ດ້ານການອອກແບບ, ດ້ານການສໍາຫຼວດ ແລະ ດ້ານການກໍ່ສ້າງ. ພາຍໃຕ້ ເຂືອກຸ່ມບໍລິສັດ ລາວໃຕ້ ຂອງພວກເຮົາ ຍັງມີບໍລິສັດລູກ ທີ່ພ້ອມໃຫ້ບໍລິການປ່ອຍເຊົ່າລົດຫຼູ, ຜະລິດ ແລະ ຈໍາໜ່າຍເຄື່ອງນຸ່ງຊົນເຜົ່າ, ຈັດຊື້ອຸປະກອນສໍາລັບອຸດສາຫະກໍາໜັກ-ເບົາ, ໃຫ້ຄໍາປຶກສາດ້ານວິເຄາະການເງິນ-ວາງແຜນການລົງທຶນ ແລະ ອື່ນໆ ເປັນຕົ້ນ.
ຈຸດເລີ່ມຕົ້ນ ແລະ ບາດກ້າວ ຂອງກຸ່ມບໍລິສັດ ລາວໃຕ້ ການຄ້າ ແລະ ການລົງທຶນ ຈໍາກັດ
ກຸ່ມບໍລິສັດ ລາວໃຕ້ ການຄ້າ ແລະ ການລົງທຶນ ຈໍາກັດ, ເລີ່ມຕົ້ນຈາກເປັນບໍລິສັດຮັບເໝົາກໍ່ສ້າງ ແລະ ສະ ໜອງຈັດຊື້ວັດສະດຸ-ອຸປະກອນສໍາລັບອຸດສາຫະກໍາໜັກ-ເບົາ, ນັບແຕ່ອະດີດຈົນເຖິງປະຈຸບັນ ກຸ່ມບໍລິສັດ ລາວໃຕ້ ເປັນກຸ່ມບໍລິສັດ ພວມມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີແຜນຂະຫຍາຍທຸລະກິດ ຂອງອົງກອນ ຢ່າງຊັດເຈນ ເພື່ອຂັບເຄື່ອນອົງກອນກ່າວໄປຂ້າງໜ້າຢູ່ສະເໝີ ແລະ ພ້ອມທີ່ຈະເປັນໜື່ງໃນກຸ່ມບໍລິສັດຊັ້ນແຖວໜ້າຂອງ ສປປ ລາວ ໂດຍຍຶດຖືຄໍາຂັວນ ຂອງກຸ່ມບໍລິສັດທີ່ວ່າ: “ລາວໃຕ້ ກ້າວໄກກ້າວໄປສູ່ຄວາມສໍາເລັດທີ່ຍິ່ງໃຫ່ຍ”.
ພະລາກິດ
ບໍລິຫານອົງກອນດ້ວຍຄວາມເອົາໃຈໃສ່ ແລະ ຊື່ສັດບໍລິສຸດ,ນໍາພາພະນັກງານຈັດຕັ້ງປະຕິບັດວຽກງານ
ໂຄງການຕ່າງໆຂອງບໍລິສັດໃຫ້ເກີດປະສິດທິພາບສູງສຸດພ້ອມທັງສ້າງພະນັກງານໃຫ້ກາຍເປັນບຸກຄະລາກອນໃຫ້ກາຍເປັນຜູ້ນໍາທີ່ມີຄວາມຮູ້ຄວາມສາມາດຮອບດ້ານ;ສ້າງພັນທະມິດກັບບໍລິສັດ
ທັງພາຍໃນ ແລະ ຕ່າງປະເທດ; ສ້າງສາຍສໍາພັນທາງການຄ້າ ແລະ ການລົງທຶນກັບຕ່າງປະເທດເພື່ອກ້າວສູ່ເວທີລະດັບສາກົນ.
ເປົ້າຫມາຍການດໍາເນີນກິດຈະການ
ສຶກສາຮຽນຮູ້-ສະສົມປະສົບການເພື່ອມາຜັນຂະຫຍາຍ ແລະ ປະຍຸກນໍາໃຊ້ໃຫ້ເກີດປະສິດທິຜົນສູງສຸດ; ແລກປ່ຽນຖອດຖອນບົດຮຽນການປະຕິບັດວຽກງານຜ່ານມາຮ່ວມກັບອົງກອນພາຍໃນ ແລະ ພາຍນອກເພື່ອພັດທະນາຈຸດອ່ອນ ຂອງກຸ່ມບໍລິສັດໃຫ້ດີຂຶ້ນກວ່າເກົ່າ; ປູກຝັງ-ສິດສອນໃຫ້ພະນັກງານທຸກຄົນມີຄວາມຊື່ສັດຕໍ່ອົງກອນ, ຜູ້ບໍລິຫານ, ເພື່ອນຮ່ວມງານ ຕະຫຼອດເຖິງ ສັງຄົມ ແລະ ປະເທດຊາດ; ຍຶດຫມັ້ນ ແລະ ຈັດຕັ້ງປະຕິບັດພາຍໃຕ້ການນໍາພາ ຂອງພັກ – ລັດ ວາງອອກຢູ່ສະເຫມີ; ກຽມພ້ອມຮັບມືໃຫ້ທ່ວງທັນກັບການປ່ຽນແປງສະພາບເສດຖະກິດ – ສັງຄົມ ແລະ ສະພາບການປ່ຽນແປງ ຕ່າງໆຂອງໂລ ເປັນປະຈໍາ.

ລາວໃຕ້ກຣຸບ
ຕິດຕໍ່ເຮົາ
- ອີເມວ: [email protected]
- ເບີໂທລະສັບ: +856(20) 9111 1192
- ເປີດ-ປິດ: ຈັນ-ສຸກ ເວລາ: 8:00AM - 17:00PM
© 2023 LAO TAI TRADING - INVESTMENT GROUP, All Right Reserved Design & Develop by: Dev