ກຸ່ມບໍລິສັດລາວໃຕ້

LAO TAI TRADING - INVESTMENT GROUP

ທ່ານ ແສງຈັນ ໝັ້ນແສນສຸກ
ປະທານບໍລິສັດ ກຸ່ມລາວໃຕ້

ກຸ່ມບໍລິສັດ ລາວໃຕ້ ການ ຄ້າ ແລະ ການລົງທຶນ ຈໍາກັດ

ເປັນບໍລິສັດຊັ້ນນຳທາງດ້ານຮັບເໝົາກໍ່ສ້າງຂົວທາງ, ຕຶກອາຄານ ແລະ ເຄຫາສະຖານ, ມີປະສົບການຫຼາຍກວ່າ 10 ປີ, ມີພະນັກງານວິຊາການທີ່ມີຄວາມຊຽວຊານສະເພາະດ້ານ ເຊັ່ນ: ດ້ານການອອກແບບ, ດ້ານການສໍາຫຼວດ ແລະ ດ້ານການກໍ່ສ້າງ. ພາຍໃຕ້ ເຂືອກຸ່ມບໍລິສັດ ລາວໃຕ້ ຂອງພວກເຮົາ ຍັງມີບໍລິສັດລູກ ທີ່ພ້ອມໃຫ້ບໍລິການປ່ອຍເຊົ່າລົດຫຼູ, ຜະລິດ ແລະ ຈໍາໜ່າຍເຄື່ອງນຸ່ງຊົນເຜົ່າ, ຈັດຊື້ອຸປະກອນສໍາລັບອຸດສາຫະກໍາໜັກ-ເບົາ, ໃຫ້ຄໍາປຶກສາດ້ານວິເຄາະການເງິນ-ວາງແຜນການລົງທຶນ ແລະ ອື່ນໆ ເປັນຕົ້ນ.

ຈຸດເລີ່ມຕົ້ນ ແລະ ບາດກ້າວ ໃນການຂະຫຍາຍຕົວຂອງບໍລິສັດ

ກຸ່ມບໍລິສັດ ລາວໃຕ້ ການຄ້າ ແລະ ການລົງທຶນ ຈໍາກັດ, ເລີ່ມຕົ້ນຈາກເປັນບໍລິສັດຮັບເໝົາກໍ່ສ້າງ ແລະ ສະ ໜອງຈັດຊື້ວັດສະດຸ-ອຸປະກອນສໍາລັບອຸດສາຫະກໍາໜັກ-ເບົາ, ນັບແຕ່ອະດີດຈົນເຖິງປະຈຸບັນ ກຸ່ມບໍລິສັດ ລາວໃຕ້ ເປັນກຸ່ມບໍລິສັດ ພວມມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີແຜນຂະຫຍາຍທຸລະກິດ ຂອງອົງກອນ ຢ່າງຊັດເຈນ ເພື່ອຂັບເຄື່ອນອົງກອນກ່າວໄປຂ້າງໜ້າຢູ່ສະເໝີ ແລະ ພ້ອມທີ່ຈະເປັນໜື່ງໃນກຸ່ມບໍລິສັດຊັ້ນແຖວໜ້າຂອງ ສປປ ລາວ ໂດຍຍຶດຖືຄໍາຂັວນ ຂອງກຸ່ມບໍລິສັດທີ່ວ່າ: “ລາວໃຕ້ ກ້າວໄກກ້າວໄປສູ່ຄວາມສໍາເລັດທີ່ຍິ່ງໃຫ່ຍ”.

ຫົວໜ່ວຍທຸລະກິດຂອງ

ອັບເດດຂໍ້ມູນຂ່າວສານ

ກໍ່ສ້າງຂົວ-ທາງ, ເຄຫາສະຖານ ແລະ ຊົນລະປະທານ, ອະສັງຫາລິມະຊັບ, ແລະ ຊື້-ຂາຍກິດຈະການຕ່າງໆ;

ຈັດຊື້ອຸປະກອນສໍາລັບອຸດສາຫະກໍາເບົາ-ຫມັກ, ກະສິກໍາ, ການທ່ອງທ່ຽວ ແລະ ການບໍລິການ;

ພະລັງງານໄຟຟ້າ, ນໍ້າມັນເຊື້ອໄຟ, ແຮ່ທາດ ແລະ ລະບົບໄຟຟ້າກໍາລັງແຮງສູງ;

ບໍລິການປະເມີນມູນຄ່າຊັບສິນ ແລະ ຜົນກະທົບທາງດ້ານສິ່ງແວດລ້ອມ-ສັງຄົມ ຂອງໂຄງການ;

ໃຫ້ຄໍາປຶກສາທາງດ້ານການຄ້າ-ການລົງທຶນ ແລະ ດ້ານນິຕິກໍາ ກ່ອນການລົງທຶນຂອງໂຄງການຕ່າງໆໃນ ສປປ ລາວ.

© 2023 LAO TAI TRADING - INVESTMENT GROUP, All Right Reserved Design & Develop by: Dev