ສັນຍາການມອບຮັບຖາວອນ, ອຸປະກອນ-ພະຫະນະເຕັກນິກ ເພື່ອຮັບໃຊ້ວຽກງານຂົງເຂດທີ່ປີ່ນອ້ອມໃນກອງທັບ 2025
ໃນວັນທີ 20 ມິຖຸນາ 2025 ທ່ານ ແສງຈັນ ໝັ້ນແສນສຸກ ປະທານບໍລິສັດລາວໃຕ້ ການຄ້າ ແລະ ການລົງທືນ ຈຳກັດຜູ້ດຽວ ພ້ອມຄະນະ ໄດ້ເຂົ້າຮ່ວມພິທີມອບ-ຮັບລົດ ລະຫວ່າງບໍລິສັດ ລາວໃຕ້ ເຊີວິດການຄ້າ-ການລົງທືນຈຳກັດຜູ້ດຽວ ແລະ ກົມຄຸ້ມຄອງລົດ-ເຮືອ ກົມໃຫຍ່ເຕັກນິກກອງທັບ ການມອບ-ຮັບລົດໃນຄັ້ງນີ້, ເພື່ອເປັນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ເພື່ອຮັບໃຊ້ວຽກງານຂົງເຂດທີ່ປີ່ນອ້ອມໃນກອງທັບ 2025.
