ກຸ່ມບໍລິສັດ ລາວໃຕ້ ການຄ້າ ແລະ ການລົງທຶນ ຈຳກັດ ໄດ້ຈັດກິດຈະກຳແຂ່ງຂັນຕີປີກໄກ່ສາມັກຄີ ສ້າງສາຍພົວພັນ ໂດຍມີພະນັກງານຈາກ 7 ບໍລິສັດໃນເຄືອເຂົ້າຮ່ວມຢ່າງຄຶກຄື້ນ ເພື່ອເປັນການສົ່ງເສີມສຸຂະພາບ, ສ້າງຄວາມສາມັກຄີ ແລະ ເສີມສ້າງສາຍພົວພັນອັນດີລະຫວ່າງພະນັກງານໃນກຸ່ມບໍລິສັດ.
ກິດຈະກຳໃນຄັ້ງນີ້ບໍ່ພຽງແຕ່ສ້າງຄວາມສົນມ່ວນ ແລະ ຄວາມປະທັບໃຈໃຫ້ແກ່ຜູ້ເຂົ້າຮ່ວມເທົ່ານັ້ນ ແຕ່ຍັງເປັນເວທີໃນການແລກປ່ຽນຮຽນຮູ້, ສ້າງຄວາມສາມັກຄີ ແລະ ຄວາມເຂົ້າໃຈອັນດີຕໍ່ກັນ ເພື່ອຮ່ວມກັນຂັບເຄື່ອນອົງກອນໃຫ້ເຕີບໂຕຢ່າງເຂັ້ມແຂງ ແລະ ຍືນຍົງ.
