LAOTAI GROUP

ຮ່ວມງານເທດສະການ ຄຳລາວ 2026 ແລະ ພິທີລົງນາມບັນທຶກຄວາມຮ່ວມມື (MOU)

       ກຸ່ມບໍລິສັດລາວໃຕ້ ການຄ້າ ແລະ ການລົງທຶນ ຈຳກັດ ຮູ້ສຶກເປັນກຽດຢ່າງຍິ່ງ ທີ່ໄດ້ຮັບເຊີນເຂົ້າຮ່ວມເປັນແຂກ VIP ໃນ “ງານເທດສະການຄຳລາວ 2026” (Lao Gold Festival 2026), ຈັດຂຶ້ນໂດຍ ທະນາຄານຄຳລາວ ຈຳກັດ (LBB) ພາຍໃຕ້ຄຳຂວັນ “ຄຳລາວ ສູ່ ຄຳໂລກ”, ທີ່ຫໍປະຊຸມແຫ່ງຊາດ ຫຼັກ 6, ນະຄອນຫຼວງວຽງຈັນ.
ພິທີເປີດງານໃນຄັ້ງນີ້ໄດ້ຮັບກຽດຈາກ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເປັນປະທານ, ພ້ອມດ້ວຍບັນດາການນຳພັກ-ລັດ, ຜູ້ຕາງໜ້າອົງການສາກົນ, ນັກລົງທຶນ ແລະ ຜູ້ປະກອບການຈາກຫຼາຍພາກສ່ວນ ເຂົ້າຮ່ວມຢ່າງຄຶກຄືນ.
ພວກເຮົາຮູ້ສຶກຍິນດີ ທີ່ໄດ້ເປັນສ່ວນໜຶ່ງໃນການເປັນສັກຂີພະຍານ ໃນເວທີສຳຄັນນີ້ ຊຶ່ງເປັນກ້າວສຳຄັນໃນການຍົກລະດັບອຸດສາຫະກຳຄຳລາວສູ່ມາດຕະຖານສາກົນ ພ້ອມທັງເປັນໂອກາດອັນດີ ໃນການສ້າງເຄືອຂ່າຍຄວາມຮ່ວມມື ແລະ ຕິດຕາມທິດທາງການພັດທະນາເສດຖະກິດຂອງປະເທດ.ຂໍສະແດງຄວາມຂອບໃຈມາຍັງ ທະນາຄານຄຳລາວ ຈຳກັດ ທີ່ໄດ້ໃຫ້ກຽດເຊີນເຂົ້າຮ່ວມງານອັນຊົງຄຸນຄ່ານີ້ 

        ແລະ ໃນໂອກາດດຽວກັນ ກຸ່ມບໍລິສັດລາວໃຕ້ ການຄ້າ-ການລົງທຶນ ຈຳກັດ ຮູ້ສຶກເປັນກຽດຢ່າງຍິ່ງ ທີ່ໄດ້ເຂົ້າຮ່ວມພິທີລົງນາມບັນທຶກຄວາມຮ່ວມມື (MOU) ລະຫວ່າງ ທະນາຄານຄຳ ລາວ ຈຳກັດ (BLL) ແລະ ຮ້ານຄຳ ສຳລານ ໂພທິສານ.ພິທີອັນສຳຄັນໃນຄັ້ງນີ້ ສະທ້ອນໃຫ້ເຫັນເຖິງການສ້າງຄວາມເຊື່ອໝັ້ນ, ການເສີມສ້າງຄວາມຮ່ວມມື ແລະ ການພັດທະນາທາງທຸລະກິດ ເພື່ອກ້າວສູ່ອະນາຄົດທີ່ເຂັ້ມແຂງ ແລະ ຍືນຍົງ. ຂໍສະແດງຄວາມຍິນດີແດ່ ທະນາຄານຄຳ ລາວ ຈຳກັດ (BLL) ແລະ ຮ້ານຄຳ ສຳລານ ໂພທິສານ ກັບຄວາມສຳເລັດຂອງການຮ່ວມມືໃນຄັ້ງນີ້ ແລະ ຂໍໃຫ້ການຮ່ວມມືນີ້ປະສົບຜົນສຳເລັດ ສ້າງປະໂຫຍດໃຫ້ແກ່ພາກທຸລະກິດ ແລະ ເສດຖະກິດຂອງ ສປປ ລາວ ຕໍ່ໄປ.