ຈັດເວທີເປິກສາຫາລືການຄ້າເອເລັກໂຕຣນິກເສັ້ນທາງສາຍໄຫມຈີນ-ອາຊຽນ 2023 ວັນທີ 16 ກັນຍານີ້, ເວທີເປິກສາຫາລືການຄ້າເອເລັກໂຕຣນິກເສັ້ນທາງສາຍໄຫມ ຈີນ-ອາຊຽນ 2023 ໄດ້ໄຂຂຶ້ນຢູ່ນະຄອນນານນິງຂອງຈີນ, ໂຄງການຕ່າງໆດ້ານ ການຄ້າເອເລັກໂຕຣນິກດີຈີຕອນຈີນ-ອາຊຽນເປີດນໍາໃຊ້ຢ່າງເປັນທາງການ. ເວທີເປິກສາຫາລືຄັ້ງນີ້ໄດ້ເປີດເຜີຍດັດຊະນີພັດທະນາການຮ່ວມມືການຄ້າເອເລັກໂຕຣນິກຈີນ-ອາຊຽນເປັນຄັ້ງທໍາອິດ; ສູນການບໍລິການການຄ້າເອເລັກໂຕຣນິກຂ້າມຊາດຊ່ອງທາງດີຈີຕອນເປີດນໍາໃຊ້ຢ່າງເປັນທາງການ ເພື່ອອໍານວຍແຜນການ ແກ້ໄຂປະຕູດຽວໃຫ້ແກ່ຄວາມຕ້ອງການດ້ານການບໍລິການການຄ້າເອເລັກ ໂຕຣນິກຂ້າມຊາດລະຫວ່າງວິສາຫະກິດຈີນ ແລະ ອາຊຽນທີ່ນັບມື້ນັບຫຼາຍຂຶ້ນ; ສູນແລກປ່ຽນການຄ້າເອເລັກໂຕຣນິກເຂດອຸດສາຫະກໍາເສດຖະກິດດີຈີຕອນຈີນ- ອາຊຽນເປີດປ້າຍ ເຊິ່ງຈະເລັ່ງລັດການອົບຮົມບົ່ມສ້າງ ແລະ ການຮ່ວມມື ແລກປ່ຽນກ່ຽວກັບຜູ້ມີຄວາມຮູ້ຄວາມສາມາດດ້ານການຄ້າເອເລັກໂຕຣນິກດີຈີ
ຊົມເຊີຍຜົນສຳເລັດງານວາງສະແດງສີນຄ້າ ຈີນ-ອາຊຽນຄັ້ງທີ 20, ທີ່ເມືອງນານນີງແຂວງກວາງຊີ(2023)
