ໂຄງການ: ສ້ອມແປງເສັ້ນທາງປູເບຕົງບາງຈຸດບ່ອນທາງໂຄ້ງຄ້ອຍຊັນ ເສັ້ນທາງ 4c (ພູ 9ຫລັກ)
ຄວາມເປັນມາຂອງໂຄງການ
– ອີງຕາມ ແຈ້ງການຂອງລັດຖະບານ ສະບັບເລກທີ 397/ຫສນຍ, ລົງວັນທີ 25 ມີນາ 2022
– ອີງຕາມ ສັນຍາຮັບເໝົາໂຄງການ ສ້ອມແປງທາງສຸກເສີນປູເບຕົງບາງຈຸດບ່ອນທາງໂຄ້ງຄ້ອຍຊັນເສັ້ນທາງ 4C (ພູ 9ຫລັກ) ສະບັບເລກທີ 2755/ຍທຂ.ວຈ, ລົງວັນທີ 19 ສິງຫາ 2022
– ອີງຕາມ ໃບສັ່ງວຽກຂອງພະແນກ ໂຍທາທິການ ແລະຂົນສົ່ງ ແຂວງວຽງຈັນ, ສະບັບເລກທີ 2764/ຍທຂ.ວຈ, ລົງວັນທີ 22 ສິງຫາ 2022
– ອີງຕາມ ສະພາບຄວາມຍຸ້ງຍາກໃນການສັນຈອນໄປມາຂອງ ພະນັກງານ,ພໍ່ຄ້າຊາວຂາຍ ແລະ ພໍ່ແມ່ປະຊາຊົນ ໃນການໃຊ້ເສັ້ນທາງເສັ້ນນີ້
ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ
ຂໍ້ສະດວກ:
– ພະນັກງານ, ປະຊາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ແມ່ນໄດ້ໃຫ້ຄວາມຮ່ວມມື ແລະ ຊ່ວຍເຫຼືອເປັນຢ່າງດີ.
– ທາງບ້ານແມ່ນມີແຄ້ມທີ່ພັກອາໄສ, ນ້ຳ, ໄຟ, ຫ້ອງນ້ຳ ແລະ ເຮືອນຄົວ ໃຫ້ໃຊ້ສະດວກສະບາຍ.
– ເສັ້ນທາງກໍ່ສ້າງເລີ່ມຕົ້ນແມ່ນໃກ້ກັບບ້ານປະຊາຊົນ.
– ພະນັກງານວິຊາການ, ອ້າຍນ້ອງພາກສະໜາມທຸກຄົນມີຄວາມສາມັກຄີ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນຢູ່ສະເໝີ.
ຂໍ້ຫຍຸ້ງຍາກ:
– ໃນບາງຄັ້ງ ສະພາບດິນຟ້າອາກາດບໍ່ເອື້ອອຳນວຍ ມີຝົນຕົກ ເຮັດໃຫ້ພົບຄວາມຫຍຸ້ງຍາກໃນການເຄື່ອນຍ້າຍກົນຈັກເພື່ອທີ່ຈະລົງມືປະຕິບັດວຽກງານການກໍ່ສ້າງ-ສ້ອມແປງເສັ້ນທາງດັ່ງກ່າວ.
– ພື້ນທີ່ກໍ່ສ້າງ ເປັນເຂດຄອຍຊັນ ແລະ ຫ່າງໄກຈາກຕະຫລາດເຮັດໃຫ້ມີຄວາມຫຍຸ້ງຍາກໃນການຊື້ເຄື່ອງກິນ-ເຄື່ອງໃຊ້ຕ່າງໆ.
– ບາງຄັ້ງກົນຈັກມີການເປ່ເພເສຍຫາຍ ຕ້ອງໄດ້ສ້ອມແປງ ຫຼື ປ່ຽນອາໄຫລ່ໃໝ່ ແລະ ການຈັດຊື້ອາໄຫລ່ບາງຊະນິດແມ່ນບໍ່ສາມາດຫາຊື້ໄດ້ໃນຂົງເຂດນີ້.
– ເສັ້ນທາງທີ່ຈະກໍ່ສ້າງສ້ອມແປງເປັນພູສູງ ແລະ ຄ້ອຍຊັນ.