ໃນວັນທີ 27 ກຸມພາ 2024 ທີ່ຜ່ານມາ, ທ່ານ ແສງຈັນ ໝັ້ນແສນສຸກ ປະທານ ກຸ່ມບໍລິສັດ ລາວໃຕ້ ການຄ້າ ແລະ ການລົງທຶນ ຈໍາກັດຜູ້ດຽວ. ໄດ້ເດີນທາງຈາກນະຄອນຫຼວງວຽງຈັນໄປຍັງແຂວງອັດຕະປື ເພື່ອເຂົ້າຮ່ວມກອງປະຊຸມສົ່ງເສີມການຄ້າ, ລົງທຶນ ແລະ ທ່ອງທ່ຽວ (CLV) ຄັ້ງທີ່ 13 ໂດຍການເປັນປະທານຂອງ ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ. ທີ່ ຫໍປະຊຸມໃຫ່ຍ ແຂວງອັດຕະປື, ຕາມໜັງສືເຊີນ ຈາກສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ.
ໂດຍຈຸດປະສົງຂອງກອງປະຊຸມ ແມ່ນເປີດກ້ວາງໃນການແລກປ່ຽນບົດຮຽນກັບພາກທຸລະກິດ ລາວ-ຫວຽດນາມ-ກໍາປູເຈຍ ແລະ ເພີ່ມທະວີໃນການສົ່ງເສີມທາງດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ເພື່ອໃຫ້ມີການລົງທຶນຈາກຕ່າງປະເທດ ເຂົ້າມາລົງທຶນໃນ ສປປ ລາວ ໃຫ້ປະກົດຜົນເປັນຈິງ ໂດຍຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.