LAOTAI GROUP

ປິດສາກຢ່າງສົມກຽດ! ເວທີປະກວດນາງສາວກຶມຫມຸ ຮ່ວມສືບສານເອລັກວັດທະນະທຳ ແລະ ເຊີດຊູຄວາມງາມຂອງຜູ້ຍິງຊົນເຜົ່າກຶມຫມຸ

ງານປະກວດນາງສາວກຶມມຸ ທີ່ຫາກໍ່ສຳເລັດລົງ ໄດ້ສ້າງຄວາມປະທັບໃຈ ແລະ ສຽງຊື່ນຊົມຈາກຜູ້ຊົມທີ່ເຂົ້າຮ່ວມ ຜ່ານການສະແດງອອກຂອງສາວງາມຜູ້ເຂົ້າປະກວດ ທັງດ້ານບຸກຄະລິກພາບ, ຄວາມສາມາດ, ຄວາມກ້າແສດງອອກ ແລະ ການນຳສະເໜີວັດທະນະທຳອັນເປັນເອກະລັກຂອງຊົນເຜົ່າກຶມມຸ.

ເວທີປະກວດຄັ້ງນີ້ ບໍ່ໄດ້ເປັນພຽງການປະກວດຄວາມງາມເທົ່ານັ້ນ ແຕ່ຍັງເປັນເວທີທີ່ເປີດໂອກາດໃຫ້ຜູ້ຍິງກຶມມຸໄດ້ສະແດງຄວາມສາມາດ, ຄວາມໝັ້ນໃຈ, ໄຫວພິບ ແລະ ທັດສະນະຄະຕິ ພ້ອມທັງຮ່ວມສົ່ງເສີມການອະນຸລັກ ແລະ ເຜີຍແຜ່ມໍລະດົກວັດທະນະທຳອັນລ້ຳຄ່າໃຫ້ເປັນທີ່ຮູ້ຈັກກວ້າງຂວາງຫຼາຍຂຶ້ນ.

ຄວາມສຳເລັດຂອງງານໃນຄັ້ງນີ້ ຖືເປັນອີກກ້າວສຳຄັນໃນການສ້າງໂອກາດໃຫ້ຜູ້ຍິງລຸ້ນໃໝ່ ໄດ້ສະແດງສັກກະຍະພາບ ແລະ ຮ່ວມສືບສານເອລັກຂອງຊົນເຜົ່າກຶມມຸໃຫ້ຄົງຢູ່ຄຽງຄູ່ສັງຄົມຕະຫຼອດໄປ.