LAOTAI GROUP

ການເຕີບໂຕ ແລະ ການຂະຫຍາຍທຸລະກິດ

ການເຕີບໂຕ ແລະ ການຂະຫຍາຍທຸລະກິດ

ການເຕີບໂຕຂອງກຸ່ມບໍລິສັດແມ່ນຂັບເຄື່ອນດ້ວຍການບໍລິຫານທີ່ມີວິໄສທັດ, ທີມງານທີ່ມີຄວາມຊຳນານ ແລະ ເຄືອຂ່າຍຄູ່ຮ່ວມມືທີ່ເຂັ້ມແຂງ ທັງພາຍໃນ ແລະ ຕ່າງປະເທດ. ໃນອະນາຄົດ ກຸ່ມບໍລິສັດຈະສືບຕໍ່ເສີມສ້າງທຸລະກິດເດີມໃຫ້ເຂັ້ມແຂງ, ຂະຫຍາຍການລົງທຶນໄປສູ່ຂະແໜງການທີ່ມີສັກກະຍະພາບ ແລະ ສ້າງການເຕີບໂຕຢ່າງໝັ້ນຄົງ ແລະ ຍືນຍົງ ຄຽງຄູ່ກັບການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ–ສັງຄົມຂອງ ສປປ ລາວ. ພວກເຮົາຍຶດໝັ້ນໃນຄວາມເປັນມືອາຊີບ, ຄວາມຊື່ສັດ, ຄວາມໂປ່ງໃສ ແລະ ປະສິດທິພາບ ໃນການດຳເນີນທຸລະກິດ ແລະ ການລົງທຶນ. ພ້ອມກັນນັ້ນ ຍັງໃຫ້ຄວາມສຳຄັນຕໍ່ການຮັກສາຜົນປະໂຫຍດຮ່ວມກັນ ແລະ ການສ້າງຄວາມສຳພັນອັນດີໃນໄລຍະຍາວກັບຄູ່ຮ່ວມທຸລະກິດທັງພາຍໃນ ແລະ ຕ່າງປະເທດ.

ການສ້າງຕັ້ງ ແລະ ການເຕີບໂຕໃນໄລຍະເລີ່ມຕົ້ນ

ລາວໃຕ້ ກຣຸບ ສ້າງຕັ້ງຂຶ້ນໃນປີ 2010 ໂດຍເລີ່ມຕົ້ນຈາກທຸລະກິດຮັບເໝົາກໍ່ສ້າງ. ດ້ວຍຄວາມຊຳນານ ແລະ ຄວາມໄວ້ວາງໃຈຈາກລູກຄ້າ ບໍລິສັດຈຶ່ງສາມາດເຕີບໂຕ ແລະ ຂະຫຍາຍໄປສູ່ທຸລະກິດຫຼາຍຂະແໜງ.

ການຂະຫຍາຍຕົວ ແລະ ບາດກ້າວສຳຄັນ

ໃນປີ 2019 ບໍລິສັດໄດ້ຂະຫຍາຍຈາກທຸລະກິດກໍ່ສ້າງ ມາເປັນກຸ່ມທຸລະກິດດ້ານການຄ້າ ແລະ ການລົງທຶນ. ປັດຈຸບັນ ກຸ່ມບໍລິສັດມີທຸລະກິດທີ່ຫຼາກຫຼາຍ, ມີເຄືອຂ່າຍຄູ່ຮ່ວມມືທີ່ກວ້າງຂວາງ ແລະ ໄດ້ດຳເນີນຫຼາຍກວ່າ 100 ໂຄງການ.

ຄູ່ຮ່ວມຍຸດທະສາດ ແລະ ເຄືອຂ່າຍຄວາມຮ່ວມມື

ລາວໃຕ້ ກຣຸບ ໃຫ້ຄຸນຄ່າແກ່ທຸກຄວາມຮ່ວມມື ເຊິ່ງເປັນກຳລັງສຳຄັນໃນການຂັບເຄື່ອນໂຄງການ ແລະ ຂະຫຍາຍໂອກາດທາງທຸລະກິດ. ປັດຈຸບັນ ເຄືອຂ່າຍຄູ່ຮ່ວມຂອງພວກເຮົາຄອບຄຸມທັງພາກລັດ, ອົງການສາກົນ, ສະຖາບັນການເງິນ, ພາກເອກະຊົນ ແລະ ຄູ່ຮ່ວມໂຄງການຈາກຫຼາຍຂະແໜງການ. ທຸກຄວາມຮ່ວມມືຖືກສ້າງຂຶ້ນບົນພື້ນຖານຂອງຄວາມເຊື່ອໝັ້ນ, ຄວາມເຄົາລົບ ແລະ ຜົນປະໂຫຍດຮ່ວມກັນໃນໄລຍະຍາວ.

ຄູ່ຮ່ວມພາກລັດ ແລະ ສະຖາບັນ

ພວກເຮົາປະສານຄວາມຮ່ວມມືຢ່າງໃກ້ຊິດກັບບັນດາກະຊວງ, ອົງການພັດທະນາແຫ່ງຊາດ ເພື່ອສະໜັບສະໜູນການພັດທະນາໂຄງລ່າງພື້ນຖານ, ການອຳນວຍຄວາມສະດວກດ້ານການຄ້າ ແລະ ການສົ່ງເສີມນະໂຍບາຍການລົງທຶນໃນລະດັບປະເທດ ແລະ ພາກພື້ນ.

ຄູ່ຮ່ວມພາກເອກະຊົນ ແລະ ເຄືອຂ່າຍສາກົນ

ເຄືອຂ່າຍຄູ່ຮ່ວມພາກເອກະຊົນຂອງພວກເຮົາຄອບຄຸມທັງສະຖາບັນການເງິນ, ແລະ ກຸ່ມທຸລະກິດຊັ້ນນຳໃນພາກພື້ນ ເຊິ່ງເປັນພື້ນຖານສຳຄັນສຳລັບການຮ່ວມທຶນ, ການຮ່ວມລົງທຶນ ແລະ ການຂະຫຍາຍເຄືອຂ່າຍຕະຫຼາດໃນອາຊຽນ ແລະ ພາກພື້ນອື່ນໆ.

ລາວໃຕ້ກຣຸບ
ຕິດຕໍ່ເຮົາ

© 2023 LAO TAI TRADING - INVESTMENT GROUP, All Right Reserved Design & Develop by: Dev