ລາວໃຕ້ກຣຸບ ສືບຕໍ່ຂະຫຍາຍທຸລະກິດດ້ານການບໍລິການ ພ້ອມເປີດຕົວ LAOFE CAFE & BEER ສາຂາວັງວຽງ ຢ່າງເປັນທາງການ
ວັງວຽງ, ສປປ ລາວ – ກຸ່ມບໍລິສັດ ລາວໃຕ້ (LAO TAI GROUP) ສືບຕໍ່ຂະຫຍາຍການດຳເນີນທຸລະກິດໃນຂະແໜງການຄ້າ ແລະ ການບໍລິການ ດ້ວຍການເປີດຕົວ LAOFE CAFE & BEER (ລາວເຟ ຄາເຟ່ ແອນ ເບຍ) ສາຂາວັງວຽງ ຢ່າງເປັນທາງການ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ ແລະ ນັກທ່ອງທ່ຽວ ທີ່ກຳລັງຊອກຫາສະຖານທີ່ພັກຜ່ອນ ແລະ ພົບປະສັງສັນໃນບັນຍາກາດທີ່ມີເອກະລັກ.
LAOFE CAFE & BEER ສາຂາວັງວຽງ ຕັ້ງຢູ່ໃຈກາງເມືອງວັງວຽງ ໂດຍໄດ້ຮັບການອອກແບບ ແລະ ຕົກແຕ່ງໃນຮູບແບບຄລາສສິກຮ່ວມສະໄໝ ເນັ້ນການນຳໃຊ້ວັດສະດຸໄມ້ເພື່ອສ້າງບັນຍາກາດທີ່ອົບອຸ່ນ, ຜ່ອນຄາຍ ແລະ ເຂົ້າກັບສະເໜ່ຂອງເມືອງທ່ອງທ່ຽວວັງວຽງ.
ຈຸດເດັ່ນຂອງຮ້ານແມ່ນການປະສົມປະສານລະຫວ່າງຮ້ານກາເຟ ແລະ ສະຖານທີ່ພັກຜ່ອນຍາມຄ່ຳຄືນ ພາຍໃຕ້ແນວຄິດການໃຫ້ບໍລິການທີ່ຕອບໂຈດຫຼາກຫຼາຍໄລຟ໌ສະໄຕລ໌.
ບັນຍາກາດຍາມກາງເວັນ (Cafe Experience): ລູກຄ້າສາມາດສຳຜັດກັບຄວາມສະດວກສະບາຍ ພ້ອມດື່ມດ່ຳກັບກາເຟ ແລະ ເຄື່ອງດື່ມຫຼາກຫຼາຍເມນູ ທ່າມກາງບັນຍາກາດທີ່ຜ່ອນຄາຍ ພ້ອມມຸມຖ່າຍຮູບທີ່ສວຍງາມ ແລະ ທິວທັດຂອງເມືອງວັງວຽງ.
ບັນຍາກາດຍາມຄ່ຳຄືນ (Craft Beer & Nightlife): ຮ້ານໄດ້ສ້າງສັນບັນຍາກາດທີ່ມີຊີວິດຊີວາ ດ້ວຍເຄື່ອງດື່ມຫຼາກຫຼາຍປະເພດ ລວມເຖິງຄຣາຟເບຍ (Craft Beer) ພ້ອມສຽງດົນຕີ ແລະ ບັນຍາກາດທີ່ເໝາະສຳລັບການພົບປະສັງສັນກັບໝູ່ເພື່ອນ ແລະ ຄົນພິເສດ.
ການເປີດຕົວ LAOFE CAFE & BEER ສາຂາວັງວຽງ ໃນຄັ້ງນີ້ ຖືເປັນອີກໜຶ່ງບາດກ້າວສຳຄັນຂອງ ລາວໃຕ້ກຣຸບ ໃນການຂະຫຍາຍເຄືອຂ່າຍທຸລະກິດດ້ານການບໍລິການ ພ້ອມທັງມຸ່ງໝັ້ນພັດທະນາຮູບແບບການບໍລິການທີ່ມີຄຸນນະພາບ ເພື່ອສ້າງປະສົບການທີ່ດີໃຫ້ແກ່ລູກຄ້າ ພ້ອມທັງເປັນສ່ວນໜຶ່ງໃນການສົ່ງເສີມຄວາມໜ້າສົນໃຈຂອງຂະແໜງການທ່ອງທ່ຽວ ແລະ ການບໍລິການໃນທ້ອງຖິ່ນ.
ລາວໃຕ້ກຣຸບ ຂໍເຊີນຊວນທຸກທ່ານ ທີ່ເດີນທາງມາທ່ຽວວັງວຽງ ຮ່ວມສຳຜັດບັນຍາກາດ, ລົດຊາດເຄື່ອງດື່ມ ແລະ ການບໍລິການຂອງ LAOFE CAFE & BEER ສາຂາວັງວຽງ ດ້ວຍຕົນເອງ.
ຕິດຕາມຂໍ້ມູນເພີ່ມເຕີມ: Facebook: LaoFe Cafe & Beer Vang Vieng – ร้านลาวเฟ คาเฟ่ & เบียร์ วังเวียง
