LAOTAI GROUP

ຄະນະກຳມະການບໍລິຫານງານ

ດ້ວຍບຸກຄະລາກອນທີ່ມີຄວາມຊ່ຽວຊານ ແລະ ປະສົບການລວມຫຼາຍສິບປີໃນດ້ານການຄ້າ, ການລົງທຶນພາຍໃນ, ການຮ່ວມທຶນສາກົນ, ການບັນຊີ–ການເງິນ ແລະ ການບໍລິຫານອົງກອນ. ຄວາມຫຼາກຫຼາຍຂອງທັກສະ ແລະ ປະສົບການ ຊ່ວຍໃຫ້ຄະນະຜູ້ອຳນວຍການສາມາດວາງແຜນ, ວິເຄາະໂອກາດ, ບໍລິຫານຄວາມສ່ຽງ ແລະ ຕັດສິນໃຈທາງທຸລະກິດໄດ້ຢ່າງຮອບຄອບ.

ດ້ວຍວິໄສທັດທີ່ກ້າວໄກ, ຄວາມຊື່ສັດ, ຄວາມເປັນມືອາຊີບ ແລະ ການປະສານງານຢ່າງເປັນເອກະພາບ ຄະນະຜູ້ອຳນວຍການໄດ້ຮ່ວມກັນກຳນົດທິດທາງ, ຍົກລະດັບລະບົບການບໍລິຫານ ແລະ ສ້າງພື້ນຖານທີ່ແຂງແຮງໃຫ້ແກ່ກຸ່ມບໍລິສັດ. ພ້ອມກັນນີ້ ຍັງມຸ່ງພັດທະນາບຸກຄະລາກອນ, ຂະຫຍາຍເຄືອຂ່າຍພັນທະມິດ ແລະ ຄັດເລືອກໂອກາດການລົງທຶນທີ່ສ້າງຄຸນຄ່າໃນໄລຍະຍາວ.

ດ້ວຍຄວາມມຸ່ງໝັ້ນດັ່ງກ່າວ ຄະນະຜູ້ອຳນວຍການພ້ອມນຳພາ ລາວໃຕ້ ກຣຸບ ໃຫ້ເຕີບໂຕຢ່າງໝັ້ນຄົງ ແລະ ຍືນຍົງ, ສາມາດປັບຕົວຕໍ່ການປ່ຽນແປງ ແລະ ກ້າວສູ່ການເປັນກຸ່ມທຸລະກິດທີ່ໄດ້ຮັບການຍອມຮັບໃນລະດັບປະເທດ, ພາກພື້ນ ແລະ ສາກົນ.

ທ່ານ ແສງຈັນ ໝັ້ນແສນສຸກ

ປະທານ ກຳມະການບໍລິຫານ ກຸ່ມບໍລິສັດ

ທ່ານ ນາງ ນັດທະນິດ ມອນຈັນດີ

ຜອ ຝ່າຍ ບັນຊີ-ການເງິນ

ທ່ານ ນາງ ພິດສະໄໝ ພົມມະວິໄຊ

ຜອ ຝ່າຍ ລົງທຶນຮ່ວມມື-ສາກົນ

ທ່ານ ນາງ ກອນທອງ ພິມມະສອນ

ຜອ ຝ່າຍ ລົງທຶນພາຍໃນ

ທ່ານ ຄຳມອນ ອຸ່ນອຸດົມ

ຜູ້ຊ່ວຍ ຝ່າຍບັນຊີ

ທ່ານ ໄກສຸລີ ຈັນທະວີສັກ

ພະແນກ ຄົ້ນຄວ້າສັງລວມ ຝ່າຍລົງທຶນຮ່ວມມືສາກົນ

ທ່ານ ຈຸ່ນ ວໍລະວົງ

ຜູ້ຊ່ວຍ ຝ່າຍລົງທຶນ-ພາຍໃນ (ພາກສະໜາມ)

ລາວໃຕ້ກຣຸບ
ຕິດຕໍ່ເຮົາ

© 2023 LAO TAI TRADING - INVESTMENT GROUP, All Right Reserved Design & Develop by: Dev