LAOTAI GROUP

ວິໄສທັດ / ພາລະກິດ

ວິໄສທັດ, ພາລະກິດ ຂອງກຸ່ມບໍລິສັດລາວໃຕ້

ວິໄສທັດ

ມຸ່ງສູ່ການເປັນກຸ່ມບໍລິສັດຊັ້ນນຳຂອງ ສປປ ລາວ ໃນດ້ານການຄ້າ ແລະ ການລົງທຶນ ໂດຍເນັ້ນການພັດທະນາລະບົບບໍລິຫານອົງກອນ, ຍົກລະດັບຄວາມຮູ້ ແລະ ສັກກະຍະພາບຂອງບຸກຄະລາກອນ ພ້ອມທັງຂະຫຍາຍການຮ່ວມມືກັບພາກລັດ, ພາກເອກະຊົນ ແລະ ຄູ່ຮ່ວມມືທັງພາຍໃນ–ຕ່າງປະເທດ ເພື່ອສ້າງປະສິດທິຜົນສູງສຸດ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ–ສັງຄົມຂອງຊາດຢ່າງຍືນຍົງ.

ພາລະກິດ

ລາວໃຕ້ ກຣຸບ ມຸ່ງໝັ້ນບໍລິຫານອົງກອນດ້ວຍຄວາມຊື່ສັດ, ໂປ່ງໃສ, ຮັບຜິດຊອບ ແລະ ເປັນມືອາຊີບ ພາຍໃຕ້ຫຼັກທຳມາພິບານ. ພວກເຮົາໃຫ້ຄວາມສຳຄັນຕໍ່ການພັດທະນາບຸກຄະລາກອນໃຫ້ມີຄວາມຮູ້, ຄວາມສາມາດ, ຄວາມຄິດສ້າງສັນ ແລະ ພາວະຜູ້ນຳ ເພື່ອສາມາດຂັບເຄື່ອນທຸກໂຄງການໃຫ້ບັນລຸຄຸນນະພາບ ແລະ ປະສິດທິຜົນສູງສຸດ. ພ້ອມກັນນັ້ນ ກຸ່ມບໍລິສັດຍັງມຸ່ງຂະຫຍາຍສາຍພົວພັນ ແລະ ສ້າງເຄືອຂ່າຍຄູ່ຮ່ວມມືດ້ານການຄ້າ ແລະ ການລົງທຶນກັບພາກລັດ, ພາກເອກະຊົນ ແລະ ອົງກອນສາກົນ ທັງພາຍໃນ–ຕ່າງປະເທດ. ພວກເຮົາພ້ອມສ້າງມູນຄ່າ ແລະ ຜົນປະໂຫຍດຮ່ວມກັນໃຫ້ແກ່ລູກຄ້າ, ຄູ່ຮ່ວມທຸລະກິດ, ພະນັກງານ ແລະ ສັງຄົມ ເພື່ອນຳພາອົງກອນກ້າວສູ່ລະດັບສາກົນ ແລະ ປະກອບສ່ວນຢ່າງຍືນຍົງຕໍ່ການພັດທະນາເສດຖະກິດ–ສັງຄົມຂອງ ສປປ ລາວ.

ພາລະບົດບາດທີ່ຕິດພັນກັບທາງລັດຖະບານ

ທ່ານ ແສງຈັນ ໝັ້ນແສນສຸກ ເປັນປະທານສະພາບໍລິຫານຂອງ ລາວໃຕ້ ກຣຸບ ແລະ ເປັນກຳມະການສູນກາງແນວລາວສ້າງຊາດ.  ທີ່ມີປະສົບການດ້ານການນຳພາ, ການບໍລິຫານອົງກອນ, ການຄ້າສາກົນ ແລະ ການວາງຍຸດທະສາດການລົງທຶນຫຼາຍກວ່າ 25 ປີ.

ດ້ວຍວິໄສທັດທີ່ກວ້າງໄກ ແລະ ປະສົບການດ້ານການນຳພາ, ທ່ານໄດ້ມີບົດບາດສຳຄັນໃນການກຳນົດທິດທາງ, ວາງຍຸດທະສາດ ແລະ ຊີ້ນຳການດຳເນີນງານຂອງກຸ່ມບໍລິສັດ. ພ້ອມກັນນັ້ນ ທ່ານຍັງໃຫ້ຄວາມສຳຄັນຕໍ່ການພັດທະນາບຸກຄະລາກອນ, ການສ້າງຜູ້ນຳຮຸ່ນໃໝ່ ແລະ ການສ້າງວັດທະນະທຳອົງກອນທີ່ຍຶດໝັ້ນໃນຄວາມຊື່ສັດ, ຄວາມສາມັກຄີ, ຄວາມຮັບຜິດຊອບ ແລະ ຄວາມເປັນມືອາຊີບ.

ໃນຖານະກຳມະການສູນກາງແນວລາວສ້າງຊາດ, ຂ້າພະເຈົ້າໄດ້ມີສ່ວນຮ່ວມໃນການສົ່ງເສີມຄວາມສາມັກຄີ, ການປະສານຄວາມຮ່ວມມື ແລະ ການເຊື່ອມໂຍງລະຫວ່າງພາກສ່ວນຕ່າງໆໃນສັງຄົມ. ບົດບາດດັ່ງກ່າວໄດ້ສະທ້ອນເຖິງຄວາມມຸ່ງໝັ້ນຕໍ່ການຮັບໃຊ້ສັງຄົມ, ການສ້າງຄວາມປອງດອງ ແລະ ການປະກອບສ່ວນຕໍ່ການພັດທະນາປະເທດຊາດ.

ພາຍໃຕ້ການນຳພາຂອງທ່ານ, ລາວໃຕ້ ກຣຸບ ມຸ່ງໝັ້ນສ້າງຄວາມຮ່ວມມືອັນເຂັ້ມແຂງກັບພາກລັດ, ພາກເອກະຊົນ, ຊຸມຊົນ ແລະ ຄູ່ຮ່ວມມືສາກົນ ເພື່ອສ້າງໂອກາດທາງທຸລະກິດ, ສົ່ງເສີມການລົງທຶນ ແລະ ສ້າງຄຸນຄ່າທີ່ໝັ້ນຄົງໃຫ້ແກ່ອົງກອນ, ຄູ່ຮ່ວມມື ແລະ ສັງຄົມໂດຍລວມ.

ລາວໃຕ້ກຣຸບ
ຕິດຕໍ່ເຮົາ

© 2023 LAO TAI TRADING - INVESTMENT GROUP, All Right Reserved Design & Develop by: Dev