LAOTAI GROUP

ງານເທດສະການຄຳລາວ 2026 ແລະ ພິທີລົງນາມບັນທຶກຄວາມຮ່ວມມື (MOU)

ກຸ່ມບໍລິສັດລາວໃຕ້ ການຄ້າ-ການລົງທຶນ ຈຳກັດ ຮູ້ສຶກເປັນກຽດຢ່າງຍິ່ງ ທີ່ໄດ້ເຂົ້າຮ່ວມພິທີລົງນາມບັນທຶກຄວາມຮ່ວມມື (MOU) ລະຫວ່າງ ທະນາຄານຄຳ ລາວ ຈຳກັດ (BLL) ແລະ ຮ້ານຄຳ ສຳລານ ໂພທິສານ.
ພິທີອັນສຳຄັນໃນຄັ້ງນີ້ ສະທ້ອນໃຫ້ເຫັນເຖິງການສ້າງຄວາມເຊື່ອໝັ້ນ, ການເສີມສ້າງຄວາມຮ່ວມມື ແລະ ການພັດທະນາທາງທຸລະກິດ ເພື່ອກ້າວສູ່ອະນາຄົດທີ່ເຂັ້ມແຂງ ແລະ ຍືນຍົງ.
ຂໍສະແດງຄວາມຍິນດີແດ່ ທະນາຄານຄຳ ລາວ ຈຳກັດ (BLL) ແລະ ຮ້ານຄຳ ສຳລານ ໂພທິສານ ກັບຄວາມສຳເລັດຂອງການຮ່ວມມືໃນຄັ້ງນີ້ ແລະ ຂໍໃຫ້ການຮ່ວມມືນີ້ປະສົບຜົນສຳເລັດ ສ້າງປະໂຫຍດໃຫ້ແກ່ພາກທຸລະກິດ ແລະ ເສດຖະກິດຂອງ ສປປ ລາວ ຕໍ່ໄປ.